ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສືບຕໍ່​ເພີ່ມ​ພູນ​ຄູນ​ສ້າງ​ການ​ພົວພັນ​ຮ່ວມ​ມື ຮອບດ້ານ​ລະຫວ່າງ ກຳປູເຈຍ-ຫວຽດນາມ

     ຕາມ​ຂ່າວສານ​ຊິນ​ຮວາ​ລາຍ​ງານ ​ວັນ​ທີ 4 ມັງກອນ ນີ້​ວ່າ: ເນື່ອງ​ໃນ​ໂອກາດ​ສະເຫຼີມສະຫຼອງ 45 ປີ​ແຫ່ງ​ວັນ​ໄຊຊະນະ
ວັນ​ທີ 7 ມັງກອນ, ວັນ​ປົດ​ປ່ອຍປະ​ເທດ ກຳປູເຈຍ ຫຼຸດ​ພົ້ນ​ອອກ​ຈາກ​ລະບົບ​ດັບ​ສູນ​ເຊື້ອ​ຊາດໂປນປົດ (7/1/1979-7/1/2024),
ເວັບ​ໄຊ​ຂອງສະພາ​ບັນດິດ ​ພະ​ບໍລົມ​ວົງສາ​ນຸ​ວົງ ກຳປູເຈຍ (RAC) ໄດ້ລົງ​ບົດ​ຂຽນ​ຂອງ​ ທ່ານ ອູ ແຫຼງ, ນັກ​ຄົ້ນ​ຄວ້​​າ ຢູ່ RAC
ດ້ວຍ​ຫົວຂໍ້ “ສະເຫຼີມສະ ຫຼອງ 45 ປີ​ແຫ່ງວັນ​ໄຊຊະນະ ວັນ​ທີ 7 ມັງກອນ.

     ຫວຽດນາມ ແລະ ກຳປູເຈຍ ສືບຕໍ່​ເພີ່ມ​ພູນ​ຄູນ​ສ້າງການ​ພົວພັນ​ຮ່ວມ​ມື​ໃນ​ທຸກ​ຂົງເຂດ ແລະ ທຸກ​ຂັ້ນ”. ບົດ​ຂຽນໄດ້​ເນັ້ນ
​ໜັກ​ເຖິງ​ຄວາມໝາຍຂອງເລື່ອງ​ປະຊາຊົນ​ ກຳປູເຈຍ ໄດ້​ຮັບ​ການ​ກູ້​ເອົາ​ຊີວິດ ແລະ ປົດ​ປ່ອຍ​ໃຫ້​ຫຼຸດ​ພົ້ນ​ອອກ​ຈາກ​ລະບົບ​ດັບ​
ສູນ​ເຊື້ອ​ຊາດ ໂປນປົດ, ເຊິ່ງ​ເຮັດ​ໃຫ້​ປະຊາຊົນ​ກຳປູ ເຈຍ​ກວ່າ 3 ລ້ານ​ຄົນເສຍ​ຊີວິດ. ທ່ານ ອູ ແຫຼງ ໃຫ້​ຂໍ້​ສັງເກດ​ວ່າ: ປັດຈຸບັນ
ການ​ພົວພັນ​ລະຫວ່າງ ກຳປູເຈຍ ແລະ ຫວຽດນາມ ໄດ້​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ​ໃນ​ຫຼາຍ​ຂົງເຂດ, ນຳ​ຜົນ​ປະໂຫຍດ​ທີ່​ແທດ​ຈິງ
ມາ​ໃຫ້​ປະຊາຊົນ​ສອງ​ປະເທດ. ນີ້​ບໍ່​ພຽງ​ແຕ່​ແມ່ນ​ການ​ພົວພັນ​ທີ່​ເປັນ​ມູນເຊື້ອ, ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​
ການ​ພົວພັນ​ຮ່ວມ​ທຸກ​ຮ່ວມ​ສຸກ ໃນ​​ພາລະກິດ​ແຫ່ງ​ການ​ຕໍ່ສູ້​ປົດ​ປ່ອຍ​ຊາດ, ສ້າງສາ ແລະ ພັດທະນາ​ປະເທດ​ຊາດ.

     ບົດ​ຂຽນ​ໄດ້​ສະເໜີ​ບົດ​ລາຍ​ງານ​ຂອງ​ກະຊວງ​ແຜນການ ແລະ ການ​ລົງທຶນ ຫວຽດນາມ ໂດຍ​ໃຫ້​ຮູ້​ວ່າ: ໄລ່​ຮອດ​ປີ 2023,
ຫວຽດນາມ ມີ 206 ໂຄງການ​ລົງທຶນ​ຢູ່ ກຳປູເຈຍ ດ້ວຍ​ຍອດ​ເງິນ​ຈົດ​ທະບຽນ​ບັນລຸ​ເກືອບ 3 ຕື້ ໂດ​ລາ. ຫວຽດນາມ ກໍ​ນອນ​ໃນ
ລຳດັບ 5 ປະເທດ​ ທີ່​ມີ​ເງິນ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະເທດສູງ​ທີ່​ສຸດ​ຢູ່​ກຳປູເຈຍ. ທ່ານ ອູ ແຫຼງ ຖື​ວ່າການ​ຮ່ວມ​ມື​ດ້ານ​ເສດຖະ
ກິດ, ການ​ຄ້າ, ການ​ລົງທຶນ​ແມ່ນ​ກຳລັງ​ໜູນ​ສຳຄັນ​ໃນ​ການ​ຊຸກຍູ້​ການ​ພົວພັນ “ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີງາມ, ສາຍ​ພົວພັນ​ມິດ
ຕະພາບ​ທີ່​ເປັນ​ມູນເຊື້ອ, ການ​ຮ່ວມ​ມື​ຮອບດ້ານ, ຍືນ​ຍົງ​ຍາວ​ນານ” ລະຫວ່າງ​ກຳປູເຈຍ ແລະ ຫວຽດນາມ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 08/01/2024